วันพฤหัสบดีที่ 3 ธันวาคม พ.ศ. 2552

หลวงพ่อทวด วัดช้างให้ รุ่น ๑ ของแท้ยังใหม่เอื่ยม




หลวงพ่อทวด วัดช้างให้ รุ่น ๑ ของแท้ยังใหม่เอื่ยม เหตุยังไหม่เอื่ยมเพราะว่านับแต่ได้มา พ่อตู้ึึคำพันธ์ เก็บไว้ในหิ้งพระตลอด ทั้งอยู่ในกรอบ เดิม เบิ่งสภาพได้ที่นี้ ใผสนใจ ติดต่อได้ที่นี้

วันอังคารที่ 10 พฤศจิกายน พ.ศ. 2552

ປະເທດໄທຍ໌ ເມື່ອກ່ອນເປັນປະເທດສຍາມ

- ປະທດໄທຍ໌ ເມື່ອກ່ອນມີຊື່ວ່າປະເທດສຍາມ, ຄົນລາວເຮົາສ່ວນໃຫຍ່ ຈະຮຽກຕົນເອງວ່າໄທ (ບໍ່ມີ ຍ ແລະເມື່ອຂຽນໄທລາວ ຈະສະກົດດ້ວຍອັກ ສອນສາກົນດ້ວຍ TAI ຫາກຈະຂຽນຊື່ຄົນໄທຍ໌ນັ້ນຈະສະກົດດ້ວຍ THAI ຫາກຈະຂຽນຊື່ປະເທດໄທຍ໌ ກຳນົດໃຫ້ຂຽນ THAILAND).
- ໄທ ທັງມວນນັ້ນ ເປັນຊົນຊາດຊົນເຜົ່າລາວທັງມວນ ບໍ່ວ່າຈະເປັນໄທດຳ, ໄທແດງ, ໄທພວນ, ໄທລື້, ໄທເຂີນ, ໄທຍວນ(ໂຍນ), ໄທນຸງ, ໄທເໜືອ, ຯລຯ ໄທເຫຼົ່່ານີ້, ລ້ວນແຕ່ເປັນວົງສາຄະນາຍາດແຫ່ງຊາດລາວ ເຖິງຈະເນົາໃນດິນລາວ ຫຼຶນອກດິນລາວກໍຕາມ.
- ສ່ວນສຍາມນັ້ນ ເປັນຊົນເຜົ່າໜຶ່ວຂອງຂອມ ແຕ່ໃນພວກມອນ ໄດ້ປົກຄອງດິນແດນແມ່ນຳ້ເຈົ້າພຣະຍາຕອນລຸ່ມ ນັບແຕ່ອະຍຸທະຍາລົງໄປທາງໃຕ້, ຈົນມາເຖິງປີ ພສ. ໑໘໙໕ ພຣະເຈົ້າອູ່ທອງ ເຊິງເປັນກະສັດອາຍຸທະຍາ ເຊື້ອສາຍໄທຍວນ(ລາວໂຍນົກ) ຈາກລົບບູຣີ ໄດ້ຂຶ້ນເປັນກະສັດຂອງອາຍຸທະຍາ ແລ້ວກໍແພ່ອິດທິພົນສູ່ຫົວເມືອງລາວຕ່າງໆ ໂດຍສະເພາະລາວລົບບູຣີ, ລາວສຸໂຂໄທ ເຮັດໃຫ້ຄົນເຊື້ອສາຍລາວ ໃນສອງເມືອງນີ້ ໄດ້ເປັນໃຫຍ່ໃນຣາຊະ ສຳນັກສຍາມ ແລ້ວຄົນເຊື້ອສາຍໄທລາວ ກໍໄດ້ລົງໄປທຳມາຫາກິນໃນດິນສຍາມຢ່າງຫຼວງຫຼາຍ ທັງໃນຣາຊະສຳນັກຄົນເຊື້ອສາຍໄທລາວ ກໍໄດ້ເປັນເຈົ້ານາຍ ຫຼາຍຂຶ້ນ ໃນທີ່ສຸດພາສາ ແລະວັດທະນະທັມໄທລາວ ກໍລົບເລືອນ ກົມກິນກັບວັດທະນະທັມສຍາມ ເຮັດໃຫ້ສຍາມໄດ້ໃຊ້ວັດທະນະ ທັມລາວໂດຍສະເພາະວັດທະນະທັມທາງພາສາ(ພາສາເວົ້າ) ສ່ວນພາສາຂຽນຍັງໃຊ້ອັກສອນຂອມຫວັດໃນຣາະຊະສຳນັກຢຸ່ເລື້ອຍມາ.